ຈີນ, ສ ເກົາຫຼີ ແລະ ຍີ່ປຸ່ນ ຈະດຳເນີນກອງປະຊຸມສຸດຍອດສາມຝ່າຍຄືນໃໝ່
ຕາມຂ່າວຈາກໜັງສືພິມ ຢອນຮັບ (Yonhap) ສ ເກົາຫຼີລາຍງານວ່າ: ວັນທີ 26 ກັນຍາ ນີ້, ກະຊວງການຕ່າງປະເທດ ສ ເກົາຫຼີ ປະກາດ
ສ ເກົາຫຼີ, ສປ ຈີນ ແລະ ຍີ່ປຸ່ນໄດ້ເຫັນດີດຳເນີນກອງປະຊຸມສຸດຍອດສາມຝ່າຍຄືນໃໝ່ ເທົ່າທີ່ຈະໄວໄດ້, ພາຍຫຼັງທີ່ຢຸດຕິມາເປັນເວລາຫຼາຍປີ.
ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວ, ໂຄສົກກະຊວງການຕ່າງປະເທດ ສ ເກົາຫຼີ ລິມຊູ-ສຸກ (Lim Soo-suk) ໃຫ້ຮູ້ວ່າ: ກອງປະຊຸມ
ລະດັບສູງທີ່ດຳເນີນໃນຕອນເຊົ້າວັນດຽວກັນກັບ ຍີ່ປຸ່ນ ແລະ ຈີນ ໄດ້ເຫັນດີດຳເນີນກອງປະຊຸມສຸດຍອດສາມຝ່າຍໃນເວລາມໍ່ໆນີ້, ໂດຍໃຫ້ຝ່າຍ
ຕ່າງໆ ຈັດກອງປະຊຸມລະດັບລັດຖະມົນຕີການຕ່າງປະເທດສາມຝ່າຍໂດຍໄວ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດຂອງສາມປະເທດ.
ຕາມແຫຼ່ງຂ່າວທາງການທູດແລ້ວ, ສ ເກົາຫຼີ ສະເໜີຈັດກອງປະຊຸມສຸດຍອດສາມຝ່າຍໃນເດືອນ ທັນວາ 2023. ໃນມື້ດຽວກັນ, ໂຄສົກກະ
ຊວງການຕ່າງປະເທດຈີນ ຫວັງ ເຫວີນ ປັນ (Uong Van Ban) ຢືນຢັນວ່າ: ບັນດາເຈົ້າໜ້າທີ່ຂອງສາມປະເທດ ໄດ້ເຫັນດີດຳເນີນການພົບປະ
ຂັ້ນສູງລະຫວ່າງການນຳຂອງສາມປະເທດ ເພື່ອປຶກສາຫາລືກ່ຽວກັບການຟື້ນຟູກົນໄກຮ່ວມມືສາມຝ່າຍລະຫວ່າງປະເທດບ້ານໃກ້ເຮືອນຄຽງ, ໃນ
ນັ້ນມີຄວາມເປັນໄປໄດ້ຂອງການຟື້ນຟູກອງປະຊຸມສຸດຍອດສາມຝ່າຍທີ່ຖືກໂຈະມາຕັ້ງແຕ່ປີ 2019.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 02/10/2023